ເງື່ອນໄຂ ເເລະ ຂໍ້ຕົກລົງທົ່ວໄປ

ເງື່ອນໄຂ ເເລະ ຂໍ້ຕົກລົງທົ່ວໄປ

     ເວັບໄຊທ໌ browsewaresolution.com (ເຊິ່ງຕໍ່ໄປນີ້ຈະເອີ້ນວ່າ “ເວັບໄຊທ໌”) ຖືກຈັດສ້າງຂື້ນໂດຍ ບໍລິສັດ ເບຼົາເເວຣ໌ ໂຊລູຊັ່ນ ຈຳກັດ (“ເຮົາ”) ເພື່ອເຜີຍເເຜ່ ເເລະ ໃຫ້ຂໍ້ມູນກ່ຽວກັບບໍລິສັດ ການໃຊ້ເວັບໄຊທ໌ຂອງຜູ້ໃຊ້ບໍລິການຈະຢູ່ພາຍໃຕ້ເງື່ອນໄຂ ເເລະ ຂໍ້ຕົກລົງນີ້ ດັງນັ້ນຜູ້ໃຊ້ບໍລິການຈຶ່ງຄວນສຶກສາເງື່ອນໄຂ ເເລະ ຂໍ້ຕົກລົງສະບັບນີ້ ເເລະ ເງື່ອນໄຂ ເເລະ ຂໍ້ຕົກລົງອື່ນໃດທີ່ເຮົາໄດ້ເເຈ້ງໃຫ້ຊາບເທິງເວັບໄຊທ໌ໂດຍລະອຽດກ່ອນການເຂົ້າໃຊ້ເວັບໄຊທ໌ ທັງນີ້ ການເຂົ້າໃຊ້ເວຫບໄຊທ໌ນີ້ໃຫ້ຖືວ່າຜູ້ໃຊ້ບໍລິການຍອມຮັບ ເເລະ ຕົກລົງທີ່ຈະປະຕິບັດຕາມເງື່ອນໄຂ ເເລະ ຂໍ້ຕົກລົງດັ່ງກ່າວທັງໝົດ ຫາກຜູ້ໃຊ້ບໍລິການບໍ່ປະສົງທີ່ຈະຜູກພັນຕາມເງື່ອນໄຂ ເເລະ ຂໍ້ຕົກລົງ ຂໍຄວາມກະລຸນາຜູ້ໃຊ້ຍຸດຕິການເຂົ້າຊົມ ເເລະ ໃຊ້ງານເວັບໄຊທ໌ນີ້ ເຊິ່ງມີຜົນບັງຄັບໃຊ້ຕັ້ງເເຕ່ 1 ທັນວາ ພ.ສ 2562
  1. ຊັບສິນທາງປັນຢາ
ທ່ານຕົກລົງ ເເລະ ຍອມຮັບວ່າ ຂໍ້ມູນ ຂໍ້ຄວາມ ຮູບພາບ ສຽງ ໂບໂກ້ ເເລະ/ຫຼື ສ່ວນໜຶ່ງສ່ວນໃດຂອງເວັບໄຊທ໌ນີ້ລວມເຖິງເເຕ່ບໍ່ຈຳກັດສະເພາະ ລິຂະສິກເຄື່ອງໝາຍການຄ້າ ເຄື່ອງໝາຍບໍລິການຊື່ທາງການຄ້າຖານຂໍ້ມູນ ຄວາມລັບທາງການຄ້າ ສິດທິບັດ ເເລະອື່ນໆ ທີ່ປະກົດເທິງເວັບໄຊທ໌ເປັນງານທີ່ໄດ້ຮັບຄວາມຄຸ້ມຄອງຕາມກົດໝາຍຊັບສິຮທາງປັນຍາເຊິ່ງເປັນກຳມະສິດ ສິດທິ ເເລະ ຊັບສິນຂອງເຮົາ ທ່ານຕົກລົງ ເເລະ ຮັບຊາບວ່າ ເວັບໄຊທ໌ຂອງເຮົາເປັນພຽງເວັບໄຊທ໌ໃນການໃຫ້ຂໍ້ມູນກ່ຽວກັບບໍລິສັດເທົ່ານັ້ນ ໃນກໍລະນີທີ່ເກີດຂໍ້ຜິດພາດໃດໆ ໃນທາງກົດໝາຍທ່ານຕົກລົງສະຫຼະສິດຮຽກຮ້ອງໃນການດຳເນີນຄະດີໃດໆ ບໍ່ວ່າທາງເເພ່ງ ຫຼື ອາຍາຕໍ່ເຮົາ

  1. ການໃຊ້ບໍລິການ
ທ່ານຕົກລົງ ເເລະ ຍອມຮັບວ່າທ່າຈະໃຊ້ເວັບໄຊທ໌ນີ້ເພື່ອປະໂຫຍດສ່ວນຕົວ ຫຼື ວັດຖຸປະສົງທີ່ຖືກຕ້ອງຕາມກົດໝາຍພາຍໃຕ້ຂໍ້ກຳນົດ ເເລະ ເງື່ອນໄຂສະບັບນີ້ທີ່ລະບຸໄວ້ໃນເວັບໄຊທ໌ເທົ່ານັ້ນ ເເລະ ຈະບໍ່ໃຊ້ເວັບໄຊທ໌ນີ້ເພື່ອປະໂຫຍດໃນທາງການຄ້າ ຫຼື ປະໂຫຍດອື່ນໃດທີ່ຂັດຕໍ່ ກົດເໝາຍ ເເລະ ສິນລະທຳອັນດີຂອງປະຊາຊົນ ນອກຈາກນີ້ທ່ານຕົກລົງວ່າຈະບໍ່ກະທຳຢ່າງໃດຢ່າງໜຶ່ງດັ່ງຕໍ່ໄປນີ້
    1. ເຮັດຊຳຈັດພິມຂື້ນໃໝ່ ເຝດັດແປງ ດາວໂຫລດ ອັບໂຫລດ ຕິດປະກາດ ເຜີຍເເຜ່ ຫຼື ເຮັດໃຫ້ປະກົດຕໍ່ສາທາລະນະຊົນ ເຊິ່ງງານອັນຜິດກົດໝາຍ ຫຼື ສິນລະທຳ ໂດຍບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນຈາກເຮົາກ່ອນລວໜ້າ
    2. ກະທຳການລະເມີດສິດທິໃນຊັບສິນທາງປັນຍາເຊັ່ນ ລິຂະສິກສິດທິບັດ ເຄື່ອງໝາຍການຄ້າ ຄວາມລັບທາງການຄ້າ ຫຼື ຊັບສິນ ທາງປັນຍາອື່ນ ຕາມທີ່ກົດໝາຍກຳນົດບໍ່ວ່າໂດຍວິທີການໃດ
    3. ດາວໂຫຼດ, ອັບໂຫຼດ, ປະກາດ ຫຼື ດຳເນີນການໃດໆເພື່ອສະເເຫວງຫາຜົນປະໂຫຍດໂດຍບໍ່ຖືກຕ້ອງ ຫຼື ເນື້ອຫາ ຫຼື ຂໍ້ຄວາມ ງານໃດໆ ຈາກເວັບໄຊທ໌ນີ້ໂດຍບໍ່ໄດ້ຮັບການຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກເຮົາ ແລະ/ຫຼື ການຕັ້ງຫົວຂໍ້ ຫຼື ເຮັດໃຫ້ປະກົດ ຂໍ້ຄວາມທີ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ເຮົາ ສະມາຊິກຜູ້ໃຊ້ບໍລິການອິນເຕີເນັດ ແລະ/ຫຼື ບຸກຄົນພາຍນອກ
    4. ອັບໂຫຼດ ຕິດປະກາດ, ສົ່ງອີເມວ ຫຼື ດຳເນີນການອື່ນໆທີ່ເຮັດໃຫ້ເກີດເປັນການລົບກວນ ທໍາລາຍຈໍາກັດການ ເຮັດວຽກຂອງລະບົບຄອມພິວເຕີ ຫຼື ໂປຣເເກຣມຊັອບແວຣ໌
    5. ໃຊ້ໂປຣເເກຣມຄອມພີເຕີຊັອບເເວຣ໌ຂັດຂວາງ ເເທກເເຊງການເຮັດວຽກ ຫຼື ໃຫ້ບໍລິການຂອງເຮົາ
    6. ດຳເນີນການໃດໆກໍຕາມ ທີ່ຂັດກັບແຈ້ງການ ຫຼື ນະໂຍບາຍຂອງພວກເຮົາທີ່ລະບຸໄວ້ໃນຂໍ້ກຳນົດ ແລະເງື່ອນໄຂສະບັບນີ້ ​ເຮົາ​ມີ​ສິດ​ທີ່​ຈະ​ດໍາ​ເນີນ​ການ​ທາງ​ກົດ​ຫມາຍ​ກັບ​ທ່ານ​ຕາມ​ທີ່​ພວກ​ເຮົາ​ເຫັນ​ວ່າ​ເຫມາະ​ສົມ​ໃນ​ທັນ​ທີ​.
  1. ການແກ້ໄຂ
ພວກ​ເຮົາ​ສະ​ຫງວນ​ສິດ​ໃນ​ການ​ແກ້​ໄຂ​, ການ​ປ່ຽນ​ແປງ​, ເພີ່ມ​ເຕີມ​ ຫຍໍ້​ ບັນດາຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ​ໃດ​ໆ ທີ່ລະບຸໄວ້ໃນເວັບໄຊທ໌ນີ້ ໂດຍ​ບໍ່​ຈຳເປັນແຈ້ງ​ການ​ລ່ວງ​ຫນ້າ​
  1. ກົດ​ຫມາຍ​ທີ່ໃຊ້ບັງຄັບ
ຖ້າມີການຂັດແຍ້ງທີ່ເກີດຂື້ນຈາກການບໍລິການຂອງພວກເຮົາ ອັນເນື່ອງມາຈາກເວັບໄຊທ໌ນີ້ ໃຫ້ຖືວ່າທ່ານ ກັບ ເຮົາຕົກລົງທີ່ຈະນຳໃຊ້ກົດໝາຍຂອງໄທ ໃນການລະງັບຂໍ້ພິພາກການໃຊ້ບໍລະການເວັບໄຊທ໌ນີ້ ການ​ທີ່ທ່ານ​ໃຊ້​ບໍ​ລິ​ການ​ພາຍຫຼັງ​ຈາກມີ​ການ​ເເກ້ໄຂເພີ່ມເຕີມ ທ່ານຖືວ່າທ່ານຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂທີ່ໄດເມີການເເກ້ໄຂເພີ່ມເຕີມດັ່ງກ່າວ.

© 2023 BROWSEWARE SOLUTION CO., LTD. ALL RIGHTS RESERVED.

ເລກທະບຽນພານິດ ອີເລັກໂທນິກ 0505563009918

service-banner

ສ່ວນໜຶ່ງຂອງການສັນສ້າງເວັບໄຊທ໌ ໃຫ້ທຸລະກິດຫຼາຍກວ່າ 1.000 ທ່ານ

ທີ່ໄວ້ວາງໃຈໃຫ້ Browseware Solution ບໍລິການພັດທະນາເວັບໄຊທ໌ໃຫ້ກົງຕາມຄວາມຕ້ອງການຂອງທຸກທຸລະກິດ
ມີຄວາມເປັນເອກະລັກ (Unique) ໜ້າເຊື່ອຖື ໃຊ້ງານງ່າຍ ມີຂໍ້ມູນຄົບຖ້ວນ ພ້ອມຮອງຮັບການສະເເດງຜົນໃນທຸກອຸປະກອນ

© 2023 BROWSEWARE SOLUTION CO., LTD. ALL RIGHTS RESERVED.

ເລກທະບຽນພານິດ ອີເລັກໂທນິກ 0505563009918